top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລ າວ”

ກຸ່ມບໍລິສັດ ສຸກໃຈ
ກຸ່ມບໍລິສັດ ສຸກໃຈ ເຄື່ອນໄຫວທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຂື່ອນເສດຖະກິດຂອງປະເທດ. ຜ່ານການສຸ່ມໃສການຍົກລະດັບຄຸນນະພາບຊີວິດ, ສ້າງອາຊີບທີ່ໝັ້ນຄົງໃຫ້ກັບຄົນລາວ ແລະ ພັດທະນາສີມືແຮງງານ-ຊັບພະຍາກອນມະນຸດໃຫ້ໄດ້ມາດຕະຖານ. ພວກເຮົາພ້ອມແລ້ວທີ່ຈະເດີນໄປຂ້າງໜ້າ ແລະ ຢູ່ຄຽງຂ້າງທ່ານ, ຮ່ວມສ້າງອາຊີບທີ່ໝັ້ນຄົງ, ສົ່ງມອບຄຸນນະພາບຊີວິດທີ່ດີໃຫ້ກັບຄົນລາວ ແລະ ສົ່ງມອບຄວາມສຸກຄືນໃຫ້ແກ່ສັງຄົມ ພາຍໃຕ້ຄໍາຂວັນ "ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ".

SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.


ຜູ້ບໍລິຫານ ກຸ່ມບໍລິສັດ ສຸກໃຈ
ດ້ວຍວິໄສທັດອັນກວ້າງໄກ ແລະ ເປົ້າໝາຍສູງສຸດ ໃນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ. ຜູ້ບໍລິຫານ ກຸ່ມບໍລິສັດ ສຸກໃຈ ມຸ່ງໝັ້ນທີ່ຈະສ້າງອົງກອນໃຫ້ກາຍເປັນກຳລັງສຳຄັນ ໃນການຂັບເຄື່ອນເສດຖະກິດ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ໂດຍການສ້າງໂອກາດ ພ້ອມທັງຍົກລະດັບແຮງງານລາວໃຫ້ມີທັກສະ, ຄຸນນະພາບ ແລະ ສັກກະຍະພາບທຽບເທົ່າລະດັບສາກົນ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ຄູ່ຮ່ວມງານ ແລະ ລູກຄ້າທຸກທ່ານ ເພື່ອກ້າວໄປສູ່ຄວາມສໍາເລັດພ້ອມກັນຢ່າງຍືນຍົງ.



ກ່ຽວກັບ ກຸ່ມບໍລິສັດ ສຸກໃຈ
ການພັດທະນາທີ່ແທ້ຈິງ ແລະ ການສ້າງຄວາມຍືນຍົງ ເລີ່ມຕົ້ນຈາກການສ້າງໂອກາດ ພ້ອມທັງຍົກລະດັບສັກກະຍະພາບຂອງຊັບພະຍາກອນມະນຸດ ໃຫ້ກ້າວສູ່ການເປັນກຳລັງແຮງງານທີ່ມີຄຸນນະພາບສູງ. ກຸ່ມບໍລິສັດ ສຸກໃຈ ເຕີບໃຫຍ່ດ້ວຍພັນທະກິດອັນແຂງແກ່ນ ທີ່ຈະເປັນຮາກຖານອັນສໍາຄັນ ໃນການຂັບເຄື່ອນເສດຖະກິດ-ສັງຄົມ ແລະ ພັດທະນາປະເທດຊາດ ຜ່ານການດຳເນີນທຸລະກິດຢ່າງຫຼາກຫຼາຍ, ເປັນລະບົບ ແລະ ໂປ່ງໃສ 100%.



ນະໂຍບາຍໂປ່ງໃສ 100%
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາ ງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນຮາກຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.



ທຸລະກິດບໍລິການຈັດຫາງານ
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດການສ້າງຕັ້ງ ແລະ ຈົດທະບຽນຖືກຕ້ອງຕາມກົດໝາຍ ຈັດສົ່ງພາຍໃຕ້ການຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພາລະບົດບາດ ໃນການບໍລິການຈັດຫາງານຢູ່ທັງພາຍໃນປະເທດ ແລະ ບໍລິການສົ່ງອອກແຮງງານໄປເຮັດວຽກຢູ່ຕ່າງປະເທດເຊັ່ນ: ປະເທດ ສ.ເກົາຫຼີ, ປະເທດໄທ ແລະ ປະເທດຍີ່ປຸ່ນ.



ສູນພັດທະນາສີມືແຮງງານ
ສູນພັດທະນາສີມືແຮງງານ ສຸກໃຈ ຈໍາກັດ ແມ່ນໜຶ່ງໃນພາລະກິດທີ່ສຳຄັນ ພາຍໃຕ້ “ກຸ່ມບໍລິສັດສຸກໃຈ” ທີ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສ້າງ ແລະ ພັດທະນາສີມືແຮງງານລາວໃຫ້ມີຄວາມທັນສະໄໝ. ພວກເຮົາ ພ້ອມທີ່ຈະເປັນສູນກາງໃນການຍົກລະດັບຄຸນນະພາບຂອງກຳລັງແຮງງານ, ສ້າງໂອກາດໃນການຈັດຫາງານ ພ້ອມທັງສົ່ງເສີມການພັດທະນາອາຊີບທີ່ໝັ້ນຄົງ ແລະ ມີລາຍໄດ້ດີໃຫ້ແກ່ແຮງງານລາວໃນຂອບເຂດທົ່ວປະເທດ.



ສະຖາບັນການເງິນຈຸລະພາກ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ບໍ່ມີທຶນໃນການສະໝັກ ແລະ ດຳເນີນເອກະສານ ບໍ່ແມ່ນອຸປະສັກຂອງການສ້າງອະນາຄົດອີກຕໍ່ໄປ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຂົ້າໃຈທຸກຄວາມຝັນ ແລະ ຄວາມຕັ້ງໃຈຂອງທຸກທ່ານ ພວກເຮົາຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອປົດລັອກຂໍ້ຈຳກັດນີ້. ພວກເຮົາພ້ອມສະໜອງ ສິນເຊື່ອດອກເບ້ຍຕ່ຳ ໃຫ້ແຮງງານທີ່ຜ່ານການຄັດເລືອກ ດ້ວຍເງື່ອນໄຂທີ່ເປັນທຳ, ອະນຸມັດງ່າຍ, ໂປ່ງໃສ 100%.



ສູນສົ່ງເສີມການສຶກສາ
ສູນສົ່ງເສີມການສຶກສາ ແລະ ວິຊາຊີບ ສຸກໃຈ ເປັນອີກໜື່ງພາລະກິດທີ່ສໍາຄັນຂອງ ກຸ່ມບໍລິສັດ ສຸກໃຈ ເຄື່ອນໄຫວພາຍໃຕ້ແນວທາງນະໂຍບາຍການສົ່ງເສີມ ການຮຽນຮູ້ຕະຫຼອດຊີວິດ ຂອງພັກ ແລະ ລັດຖະບານ. ພວກເຮົາໃຫ້ຄວາມສຳຄັນກັບ ທຸກຂັ້ນຕອນຂອງການສຶກສາ ແລະ ການຝຶກອົບຮົມວິຊາຊີບ ນັບຕັ້ງແຕ່ການສຶກສາຂັ້ນພື້ນຖານ, ອາຊີວະສຶກສາ, ເຕັກນິກວິຊາຊີບ, ໄປຮອດການສຶກສາຊັ້ນສູງ ພ້ອມທັງການພັດທະນາທັກສະພາຍໃນອົງກອນ ເພື່ອຕອບສະໜອງຄວາມຕ້ອງການດ້ານບຸກຄະລາກອນກັບຍຸກສະໄໝທັງໃນປັດຈຸບັນ ແລະ ອະນາຄົດ.



ທຸລະກິດອະສັງຫາລິມະຊັບ
ບໍລິສັດ ສຸກໃຈ ອະສັງຫາລິມະຊັບ ຈໍາກັດຜູ້ດຽວ ແມ່ນໜຶ່ງໃນທຸລະກິດທີ່ສຳຄັນພາຍໃຕ້ ກຸ່ມບໍລິສັດສຸກໃຈ ທີ່ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຮອງຮັບການເຕີບໃຫຍ່ຂະຫຍາຍຕົວຂອງອຸດສາຫະກຳ, ການຄ້າ ພາຍໃນປະເທດ ພວກເຮົາດຳ ເນີນທຸລະກິດດ້ານການພັດທະນາ, ຈັດສັນ ແລະ ບໍລິຫານຈັດການອະສັງຫາລິມະຊັບຢ່າງຄົບວົງຈອນ ໂດຍຍຶດໝັ້ນໃນຫຼັກການບໍລິການທີ່ໂປ່ງໃສ, ຊື່ສັດ ແລະ ສ້າງມູນຄ່າສູງສຸດໃຫ້ແກ່ທີ່ດິນ ແລະ ຊັບສິນຂອງລູກຄ້າ ແລະ ຄູ່ຮ່ວມທາງທຸລະກິດ.



ທຸລະກິດພັດທະນາກະສິກໍາ
ບໍລິສັດ ສຸກໃຈ ພັດທະນາກະສິກໍາ ແລະ ການຄ້າ ຈໍາກັດ ແມ່ນໜຶ່ງໃນທຸລະກິດພາຍໃຕ້ ກຸ່ມບໍລິສັດສຸກໃຈ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນປີ ໃນປີ 2020 ຕາມນະໂຍບາຍການສົ່ງເສີມຜະລິດຕະພັນພາຍໃນຂອງລັດຖະບານວາ ງອອກ ເຊີ່ງໄດ້ບຸກເບີກທາງດ້ານດ້ານກະສິກຳ ແລະ ການຄ້າ, ສ້າງຟາມລ້ຽງໝູ ແລະ ປູກມັນຕົ້ນ ເພື່ອເປັນໜື່ງກຳລັງສຳຄັນໃນການພັດທະນາເສດຖະກິດພື້ນຖານຂອງຊາດ.



ໂຮງງານ ນ້ຳດື່ມ ສຸກໃຈ
ບໍລິສັດ ນ້ຳດື່ມ ສຸກໃຈ ຈຳກັດ ແມ່ນໜຶ່ງໃນທຸລະກິດຂອງ "ກຸ່ມບໍລິສັດສຸກໃຈ" ທີ່ສ້າງຕັ້ງຂຶ້ນຖືກຕ້ອງຕາມກົດໝາຍ ພວກເຮົາຜະລິດ ແລະ ຈຳໜ່າຍນ້ຳດື່ມບໍລິສຸດ ທີ່ໄດ້ມາດຕະຖານສາກົນ ໂດຍນຳໃຊ້ເຕັກໂນໂລຊີການຜະລິດ ແລະ ລະບົບການກັ່ງຕອງທີ່ທັນສະໄໝ ເພື່ອໃຫ້ແນ່ໃຈວ່ານ້ຳດື່ມສຸກໃຈ ແມ່ນມີຄວາມບໍລິສຸດ, ສະອາດ ແລະ ປອດໄພຕໍ່ສຸຂະພາບ.



ຊ່ວຍເຫຼືອແຮງງານ / ຕິດຕໍ່ພົວພັນ
ບໍລິສັດ ສຸກໃຈ ພ້ອມຢູ່ຄຽງຂ້າງ ແລະ ໃຫ້ຄວາມຊ່ວຍເຫຼືອທ່ານ ພວກເຮົາບໍ່ໄດ້ພຽງແຕ່ຈັດສົ່ງແຮງງານໄປເຮັດວຽກ ແຕ່ຍັງຄຸ້ມຄອງສິດທິ ແລະ ໃຫ້ຄຳປຶກສາຢ່າງຄົບວົງຈອນ ເພື່ອໃຫ້ທ່ານສາມາດເຮັດວຽກຢູ່ຕ່າງປະເທດ ໄດ້ຢ່າງອຸ່ນໃຈ, ມີຄວາມໝັ້ນຄົງ ແລະ ໄດ້ຮັບຄວາມຍຸດຕິທຳໃນທຸກໆດ້ານຕະຫຼອດໄລຍະເວລາການເຮັດວຽກ.









